ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ-ເ​ເມັກ​ຊິກ ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ອົງການ​ນິຕິບັນຍັດ

     ໜັງສືພິມ​ກອງທັບ​ຫວຽດນາມ ລາຍ​ງານ​ ວັນ​ທີ 1 ຕຸລາ, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ນຳ​ໂດຍ​ທ່ານ ພົນ​ໂທ ເຈີ່ນ ​ກວາງ ​ເຟືອງ,
ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ໄດ້​ໄປ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ເມັກ​ຊິກ ແຕ່​ວັນ​ທີ 28-30 ກັນຍາ 2023. ນີ້​ແມ່ນ​ການເຄື່ອນ
ໄຫວ​ພົວພັນ​ຕ່າງປະເທດ​ຂອງ​ລັດ​ຖະ​ສະພາ ເພື່ອ​ແນໃສ່​ຜັນ​ຂະຫຍາຍ​ແຜນ​ນະໂຍບາຍ​ຍົກ​ການ​ພົວພັນ ຫວຽດນາມ-ເ​ເມັກ​ຊິກ ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ
​ມື​ຮອບດ້ານ​ໃນ​ປີ 2023, ກໍ​ຄື​ມຸ່ງ​ໄປ​ເຖິງ​ສະເຫຼີມສະຫຼອງ 50 ປີ ວັນ​ສ້າງຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະເທດ​ໃນ​ປີ 2025.

     ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ເຈີ່ນ​ກວາງ​ເຟືອງ ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ການ​ນຳ​ຫຼາຍ​ທ່ານ​ໃນ​ສະພາ​ສູງ ແລະ ສະພາ​ຕ່ຳ​ເມັກ​ຊິກ,
ໂດຍ​ໄດ້​ແຈ້ງ​ໃຫ້​ຊາບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດນາມ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ແມ່ນ ເພື່ອ
​ແນໃສ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ນິຕິບັນຍັດ​ຂອງ​ສອງ​ປະເທດ, ປະກອບສ່ວນ​ເພີ່ມ​ທະວີ ແລະ ເຮັດ
​ໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ​ລະຫວ່າງ​ສອງ​ປະເທດ​ໃນ​ທຸກ​ຂົງເຂດ​ເລິກເຊິ່ງ​ກວ່າ​ເກົ່າ​ອີກ.

     ການ​ນຳ ເມັກ​ຊິກ ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ຂອງ ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ແລະ ຄະນະ, ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມ
ຢາມ​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ເມັກ​ຊິກ-ຫວຽດນາມ ເວົ້າ​ລວມ
ລະຫວ່າງ​ບັນດາ​ອົງການ​ນິຕິບັນຍັດ​ຂອງ​ສອງ​ປະເທດ​ເວົ້າ​ສະເພາະ. ການ​ນຳ​ຂັ້ນ​ສູງ ເມັກ​ຊິກ ຢືນຢັນ​ຕື່ມ​ວ່າ: ຫວຽດນາມ ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ
​ໜ້າ​ຢູ່​ພາກ​ພື້ນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ແລະ ສະແດງ​ຄວາມ​ປິ​ຕິ​ຊົມຊື່ນ​ຕໍ່​ບັນດາ​ບາດກ້າວ​ທີ່​ຕັ້ງໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະເທດ​ໃນ​ໄລຍະ
​ຜ່ານ​ມາ, ເຊິ່ງ ເ​ເມັກ​ຊິກ ຍາມ​ໃດ​ກໍ​ປາຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ ໃນ​ທຸກ​ຊ່ອງ​ທາງ, ພິເສດ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດ
ຖະກິດ, ການ​ຄ້າ ແລະ ການ​ລົງທຶນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/10/2023